ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 72 ປີ.
ໃນວັນທີ 23 ມີນາ 2018 ຜ່ານມາ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດຕັ້ງພິ ທີປາຖະກະຖາເອກະສານສຳຄັນທາງປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ຄົບຮອບ 63 ປີແລະ ວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 72 ປີ ຂຶ້ນ. ໃຫ້ກຽດປາຖະກະຖາ ໂດຍທ່ານ ປອ. ຄຳໝັ້ນ ຈັນທະລັງສີ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີ: ສະຫາຍ ບຸນຕີ ທະມິດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກວຕ, ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກຫ້ອງການ, ກົມສະຖາບັນ, ບັນດາສະມາຊິກພັກ ແລະ ພະນັກງານວິຊາການ ກວຕ.
ໃນພິທີ ທ່ານ ປອ ຄໍາໝັ້ນ ຈັນທະລັງສີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງພັກໃນແຕ່ລະໄລຍະ ນັບແຕ່ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ໂດຍແນ່ໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊືມມູນເຊື້ອປະ ຫວັດ ສາດ ຜົນງານແຫ່ງການຊີ້ນຳ-ນຳພາຂອງ ພັກປະຊາຊົນປະຕິວັດລາວ ໃນໄລຍະແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ໃນວັນທີ 2 ທັນວາ 1975, ສືບຕໍ່ຊີ້ນຳ-ນຳພາປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຈົນເຖິງປັດຈຸບັນ. ທ່ານ ຍັງກ່າວຕື່ມວ່າ: ຕະຫລອດໄລຍະ 63 ປີ ທີ່ພັກປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວນຳພາການປະຕິວັດຊາດ ປະຊາທິປະໄຕ ໃນການນຳພາປົກປັກຮັກສາ ແລະ ສ້າງສາລະ ບອບໃໝ່ ເວລາໃດພັກເຮົາກໍເອົາໃຈໃສ່ຢ່າງຈົດຈໍ່ ຕໍ່ການເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ໄປຄຽງຄູ່ກັບການເສີມຂະຫຍາຍ ປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນລາວ, ຖືສຳຄັນການເຕົ້າ ໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ແລະ ໄດ້ຮັບຄວາມນັບຖືເຊື່ອໝັ້ນ ຂອງປະຊາຊົນລາວບັນດາ ເຜົ່າຕະຫລອດມາ.
ໃນໂອກາດດຽວກັນນີ້, ທ່ານ ປອ ຄໍາໝັ້ນ ຈັນທະລັງສີ ຍັງໄດ້ສະເໜີເອກະສານກ່ຽວກັບ ວັນຄຽດແຄ້ນຂອງປະຊາຊົນລາວ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ຂອງໜ່ວຍພັກເມືອງທ່າແຂກ; ເຫດການການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ, ຊີ້ເປັນບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ການຫວນຄືນເຫດການສຳຄັນດັ່ງກ່າວ ເຮັດໃຫ້ພວກເຮົາລະນຶກເຖິງວິລະກຳ ແລະ ຜົນງານອັນຍິ່ງໃຫຍ່ຂອງບັນດາພະ ນັກງານ, ນັກຮົບ ແລະ ປະຊາຊົນທີ່ໄດ້ຮ່ວມເປັນຮ່ວມຕາຍນຳກັນ ຕໍ່ສູ້ປ້ອງກັນເມືອງທ່າແຂກ ກໍຄືການປົກປ້ອງຄວາມເປັນເອກະລາດ ແລະ ກຽດສັກສີຂອງຊາວລາວເຮົາ; ວັນທີ 21 ມີນາ ແມ່ນວັນອັນສະຫງ່າລາສີ ວັນແຫ່ງຄວາມເອກອ້າງທະນົງໃຈຂອງຊາດເຮົາ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 32 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 91 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 268 |
![]() | ເດືອນນີ້ | 1178 |
![]() | ທັງໝົດ | 1232737 |