ຄະນະໂຄສະນາອົບຮົມສູນກາງພັກ ຈັດຕັ້ງເຜີຍແຜ່ເຊື່ອມຊຶມເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2017.
ໃນວັນທີ່ 26 ເມສາ 2018 ຜ່ານມາ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2017 ຂຶ້ນທີ່
ຫ້ອງປະ ຊຸມໃຫຍ່ ຄອສພ (ຫຼັກ6). ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາໝັ້ນ ຈັນທະລັງສີ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກວດກາ ຄອສພ, ເຂົ້າຮ່ວມມີ: ບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການທົ່ວ ຄອສພ.
ໃນພິທີ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ ຮອງປະທານກວດກາພັກ-ລັດ ຄອສພ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງຄະນະໂຄສະນາອົບຮົມສູນກາງພັກ, ຂໍ້ກໍານົດ ວ່າດ້ວຍການຕິດຕາມ, ກວດກາການຈັດຕັ້ງປະຕິ ບັດຜົນກວດກາຊຶ່ງທ່ານ ໄດ້ຍົກໃຫ້ເຫັນໄດ້ເຖິງດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ທອດຖອນໄດ້ເປັນຕົ້ນແມ່ນ ຄະ ນະພັກ ຄະນະກວດກາແຕ່ລະຂັ້ນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຄົ້ນຄວ້າເຊື່ອມຊືມ, ກໍາແໜ້ນ ໃນການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງພັກ ກົດລະບຽບຂອງພັກ, ມະຕິ 5 ສະໄໝທີ X ວ່າດ້ວຍການແກ້ໄຂພະຍາດອາດ ຍາສິດ ແລະ ຕ້ານການສໍ້ລາດບັງຫຼວງ, ຄໍາສັ່ງຕ່າງໆ ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ແລະ ໄດ້ສຸມໃສ່ນໍາພາການດໍາເນີນຊີວິດການເມືອງ ປັບປຸງປົວ ແປງພັກ ຕາມຄໍາສັ່ງເລກທີ 01/ກມສພ. ພ້ອມນັ້ນ ທ່ານ ປອ ຄໍາໝັ້ນ ຈັນທະລັງສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ເຜີຍແຜ່ ເນື້ອໃນເອກະສານບົດແນະນໍາເພີ່ມ ເຕີມ ກ່ຽວກັບສິດຕົກລົງວິໄນຂັ້ນກ່າວເຕືອນ, ປ່ຽນແປງ ຫຼື ລົບລ້າງວິໄນ ຂອງຄະນະກວດກາພັກຂັ້ນເມືອງ ແລະ ທຽບເທົ່າຂຶ້ນໄປ ແລະ ບົດໂອ້ລົມຂອງ ທ່ານ ປອ ບຸນທອງ ຈິດມະນີ ປະທານ ຄະນະກວດກາສູນກາງພັກ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2017.
ໃນພິທີ ຍັງໄດ້ແຈ້ງພະນັກງານ ອອກພັກການ- ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງຂັ້ນຫົວ ໜ້າກົມຈໍານວນໜຶ່ງຄື:
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 104 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 345 |
![]() | ມື້ວານນີ້ | 1348 |
![]() | ອາທິດນີ້ | 9705 |
![]() | ເດືອນນີ້ | 24879 |
![]() | ທັງໝົດ | 1045823 |