ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນລາວ-ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຮັດແໜ້ນສາຍພົວພັນຮ່ວມມື.
ໃນວັນທີ 2 ກໍລະກົດ 2018 ຜ່ານມາ. ທ່ານ ສຈ. ປອ ກິແກ້ວ ໄຂຄຳ ພິທູນ ຄະນະເລຂາ ທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະກັບ ສະຫາຍ ຮວງຄຸນມິງ ກຳມະການກົມການເມືອງສູນກາງພັກ ເລຂາທິການ
ສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກກອມມູນິດ ຈີນ ພ້ອມຄະນະ. ເນື່ອງໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກ ປປ ລາວ ແລະ ພັກກອມມູນິດຈີນ ຄັ້ງທີ VII ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຮວງຄຸນມິງ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມ ຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຳ ມະນາທິດສະດີດັ່ງກ່າວ; ຊຶ່ງກອງປະຊຸມໄດ້ມີຄວາມສຳຄັນຕໍ່ການແລກ ປ່ຽນບົດຮຽນໃນຂົງເຂດວຽກງານແນວຄິດທິດສະດີ ຂອງພັກເຮົາ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສອງຄະ ນະໂຄສະນາອົບຮົມສູນກາງພັກ, ເຊິ່ງປີຜ່ານມາກອງປະຊຸມສຳມະນາທິດສະດີສອງພັກຈີນ- ລາວ ຄັ້ງທີ VI ໄຂຂຶ້ນທີ່ ສປ ຈີນ. ການພົບປະຂອງສອງຄະນະໂຄສະນາອົບຮົມລາວ-ຈີນ ໄດ້ສະແດງອອກດ້ວຍໄມຕີຈິດ ມິດຕະພາບຖານສະ ຫາຍອ້າຍ-ນ້ອງ ໂດຍສະພາທິດສະດີພຶດຕິກຳຂອງສູນກາງພັກກອມມູນິດຈີນ ແລະ ສະພາວິທະຍາສາດສັງຄົມແຫ່ງຊາດລາວ ກໍໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນທັງທາງກວ້າງ ແລະ ທາງເລິກ ທີ່ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນຍິ່ງໆຂຶ້ນ. ການສຳມະນາໃນຫົວຂໍ້ " ພຶດຕິກຳ ແລະ ບົດຮຽນແຫ່ງການດຳເນີນການປ່ຽນແປງໃໝ່ຮອບດ້ານມີຫຼັກການຢູ່ ສປປ ລາວ ແລະ ການປະຕິຮູບ, ເປີດປະຕູສູ່ໂລກພາຍນອກຢູ່ ສປ ຈີນ" ແລະ ຫົວຂໍ້ອື່ນໆ. ບົດຮຽນເຫຼົ່ານັ້ນ ເປັນປະໂຫຍດທີ່ສຸດໃນການໝູນໃຊ້ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ ໃນຕໍ່ໜ້າ. ສະ ຫາຍ ກິແກ້ວ ໄຂຄຳ ພິທູນ ຍັງໄດ້ກ່າວອີກວ່າ: ພາຍໃຕ້ການຊີ້ນຳໆພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ ທີ່ມີສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ປະເທດຈີນ ໄດ້ຮັບການພັດທະນາຢ່າງຮອບດ້ານ, ເປັນແບບຢ່າງທີ່ດີໃນໂລກ, ບົດ ບາດອິດທິພົນ ຂອງ ສປ ຈີນ ໄດ້ສູງຂຶ້ນບົນເວ ທີພາກພື້ນ ແລະ ສາກົນ, ດ້ານເສດຖະກິດປະເທດຈີນ ກໍໄດ້ກາຍເປັນອັນດັບສອງຂອງໂລກ, ພ້ອມນັ້ນ ສອງຝ່າຍຍັງໄດ້ແລກປ່ຽນການພົວ ພັນຮ່ວມມືໃນຕໍ່ໜ້າ ແລະ ບັນຫາອື່ນໆທີ່ຕ່າງຝ່າຍມີຄວາມສົນໃຈນຳກັນ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 62 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 336 |
![]() | ມື້ວານນີ້ | 1348 |
![]() | ອາທິດນີ້ | 9696 |
![]() | ເດືອນນີ້ | 24870 |
![]() | ທັງໝົດ | 1045814 |