ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວວຽກງານເວັບໄຊສ ຢູ່ແຂວງເຊກອງ
ໃນວັນທີ 18-22 ມີຖຸນາ 2018 ຜ່ານມາ, ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວຝຶກອົບຮົມວຽກງານ ເວັບໄຊສໃຫ້ ຄະນະໂຄສະນາອົບຮົມແຂວງເຊກອງ ເຊິ່ງນຳໂດຍ ທ່ານ ໂດຍ ດວງມີໄຊ ຫົວໜ້າກົມຂໍ້ມູນຂ່າວສານ ຄອສພ ພ້ອມດ້ວຍທີມງານ.
ຈຸດປະສົງໃນການລົງໄປຝຶກອົບຮົມວຽກງານເວັບໄຊສໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານການນຳໃຊ້ ແລະ ຄຸ້ມຄອງເວັບໄຊສ ໃຫ້ແກ່ພະນັກງານໂຄສະນາອົບຮົມແຕ່ລະແຂວງ ໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບການປ້ອນເນື້ອໃນ, ຮູບພາບ ແລະ ວີດີໂອຂຶ້ນໜ້າເວັບໄຊສ ແລະ ການແກ້ໄຂໂມດູນ, ເມນູຕ່າງໆເທິງໜເວັບໄຊສ ເພື່ອໃຫ້ພະນັກງານຜູ້ຮັບພິຊອບວຽກງານດັ່ງກ່າວ ໄດ້ນໍາເອົາຄວາມຮູ້ ຄວາມສາມາດ ທີ່ຮຽນມານັ້ນນໍາໄປຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ເຂົ້າໃນການເຄື່ອນໄຫວວຽກງານຂອງໂຄສະນາອົບຮົມແຂວງ ໃຫ້ມີໃບໜ້າໃໝ່ ແລະ ມີປະສິດທິຜົນສູງຂື້ນເລືອຍໆ.
ໃນໂອກາດດັ່ງກ່າວ ທີມງານທີ່ລົງໄປເຮັດວຽກກໍ່ໄດ້ມອບເງິນ ສົມທົບໃຫ້ຄະນະໂຄສະນາອົບຮົມແຂວງ ຈຳນວນ 3.000.000 ກີບ ເພື່ອໝູນໃຊ້ເຂົ້າໃນການພັດທະນາເວັບໄຊສຂອງແຂວງ ໃຫ້ມີຄວາມສະດວກ ແລະ ທັນສະໄໝຂຶ້ນເປັນກ້າວໆ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 42 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 334 |
![]() | ມື້ວານນີ້ | 1348 |
![]() | ອາທິດນີ້ | 9694 |
![]() | ເດືອນນີ້ | 24868 |
![]() | ທັງໝົດ | 1045812 |