ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີປະຈຳປີ2019ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ
ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີໃຫ້ແກ່ພະນັກງານບັນດາກົມຢູ່ພາຍໃນຄອສພ
ເປັນເວລາ 5 ວັນລະຫວ່າງວັນທີ 23 -27 ກັນຍາ 2019 ທີ່ຜ່ານມາ.ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມມີ: ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານວິຊາການຈາກບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກຈຳນວນ 16 ສະຫາຍ, ຍິງ 11 ສະຫາຍ.
ຈຸດປະສົງໃນການເປີດຊຸດອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານວິຊາການພາຍໃນ ຄອສພ ກ່ຽວກັບວຽກງານຂໍ້ມູນຂ່າວສານໃຫ້ນັບມື້ນັບສູງ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 7 ບົດຄື:
ການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 5 ວັນຈຶ່ງປິດລົງ. ໃນພິທີປິດຊຸດຝຶກອົບຮົມຄະນະຮັບຜິດຊອບບັ້ນຝຶກອົບຮົມໄດ້ຂື້ນສະຫລຸບລາຍງານຈຸດດີ-ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃນຕອນທ້າຍ ທ່ານ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານໄດ້ມີຄຳເຫັນໂອ້ລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ເຊິ່ງໄດ້ຮຽກຮ້ອງເຖີງນັກຝຶກອົບຮົມທີ່ເຂົ້າຮ່ວມຝຶກອົມຮົມຄັ້ງນີ້ຕ້ອງໄດ້ຍາດແຍ່ງເວລາ ແລະ ເອົາໃຈໃສ່ຮຽນຮູ້ເອົາສິ່ງໃໝ່ໆກ່ຽວກັບວຽກງານໄອທີເພື່ອນຳໄປໝູນໃຊ້ເຂົ້າວຽກງານຂອງຕົນແນ່ໃສ່ຍົກສູງການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຄວາມວ່ອງໄວທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຍຸກປັດຈຸບັນ ຫຼື ຍຸກ 4,0.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 70 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 53 |
![]() | ມື້ວານນີ້ | 106 |
![]() | ອາທິດນີ້ | 547 |
![]() | ເດືອນນີ້ | 1457 |
![]() | ທັງໝົດ | 1233016 |