ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ
ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຫວຽດນາມ ຄັ້ງທີ VII ຢູ່ ສສ ຫວຽດນາມ.
ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2019, ຄະນະຜູ້ແທນຂັ້ນສູງຂອງ ພັກ ປປ ລາວ
ນໍາໂດຍ ສະຫາຍ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ 2 ພັກ ລາວ-ຫວຽດນາມ ຄັ້ງທີ VII ພາຍໃຕ້ຫົວຂໍ້ “ການກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ຢູ່ແຂວງ ກວາງບິ່ງ, ສສ ຫວຽດນາມ ແຕ່ວັນທີ 28 ກໍລະກົດ-01 ສິງຫາ 2019.
ໃນວັນທີ 29 ກໍລະກົດ 2019, ສະຫາຍ ສຈ.ປອ. ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະເຮັດວຽກສອງຝ່າຍກັບ ສະຫາຍ ຫວໍ ວັນ ເຖືອງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກເຊິ່ງ ສະຫາຍ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຫວຽດນາມ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຊິ່ງນັບມື້ມີບາດກ້າວຂະຫຍາຍຕົວ ໃໝ່ຢ່າງບໍ່ຢຸດຢັ້ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ທີ່ປະຊາຊົນລາວຍາດມາໄດ້ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ປປ ລາວ ໄລຍະທີ່ຜ່ານມາ. ຈາກນັ້ນ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ທັງທາງກວ້າງ ແລະ ທາງເລິກ, ພວມມີບາດກ້າວຂະຫຍາຍຕົວ ສູ່ລະດັບສູງອັນໃໝ່, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງສອງປະເທດ ກໍ່ຄືເປັນການປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ການຈັດກອງປະຊຸມສໍາມະນາທິດດສະດີລະຫວ່າງສອງພັກຄັ້ງນີ້, ແມ່ນເປັນການສືບຕໍ່ເສີມຂະຫຍາຍ ກົນໄກຂອງການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງ ພັກ ປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ທັງເປັນການປະຕິບັດຕາມເນື້ອໃນຈິດໃຈ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ ລາວ ແລະ ຫວຽດນາມ ໃນດ້ານວຽກງານ ແນວຄິດ - ທິດສະດີ ແລະ ພຶດຕິກໍາ. ພາຍຫຼັງສຳເລັດການພົບປະທັງສອງຝ່າຍແລ້ວ ສະຫາຍ ສຈ.ປອ. ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ເຈິ່ນ ກວັກ ເວືອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ.
ໃນວັນທີ 30 ກໍລະກົດ 2019. ກອງປະຊຸມສໍາມະນາທິດສະດີ ຄັ້ງທີ VII ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່”. ໃນກອງປະຊຸມ, ສະຫາຍ ຫວໍ້ ວັນ ເຖືອງ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ແລະ ສະຫາຍ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ໄດ້ຜັດປ່ຽນກັນກ່າວຄຳເຫັນໂດຍໄດ້ເນັ້ນໜັກກ່ຽວກັບ ວຽກງານດ້ານທິດສະດີ ວິທະຍາສາດ ເຊິ່ງເປັນການປະກອບສ່ວນເພີ່ມທະວີຄວາມສາມາດ ໃນການນຳພາຂອງແຕ່ລະພັກ ແລະ ປັບປຸງບູລະນະ ລະບົບການເມືອງຢູ່ສອງປະເທດ ໃຫ້ໜັກແໜ້ນ, ເຂັ້ມແຂງຍິ່ງໆຂຶ້ນ ທັງເປັນໂອກາດອັນດີໃຫ້ແກ່ນັກຄົ້ນຄວ້າທິດສະດີ ຂອງສອງພັກ ໄດ້ແລກປ່ຽນຖອດຖອນບົດຮຽນນໍາກັນ ເພື່ອໝູນໃຊ້ເຂົ້າໃນການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ຂອງສອງພັກ, ສອງລັດຖະບານ ລາວ-ຫວຽດນາມ. ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນການສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ທີ່ມີ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ເປັນຜູ້ນຳໜ້າ ເພື່ອບັນລຸເປົ້າໝາຍ ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນ ຫວຽດນາມ ມີຄວາມຮັ່ງມີຜາສຸກ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ, ໄດ້ຕີລາຄາຜົນການພົວພັນຮ່ວມມື ທີ່ນັບມື້ນັບມີປະສິດທິຜົນ ລະຫວ່າງ ລາວ-ຫວຽດນາມ, ອັນເປັນການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ແຕ່ລະປະເທດ.
ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສສ ຫວຽດນາມ ນອກຈາກເຄື່ອນໄຫວຢ້ຽມຢາມຢູ່ ນະຄອນຫລວງ ຮ່າໂນ້ຍ ແລ້ວ ຄະນະຍັງໄດ້ໄປຢ້ຽມຢາມພື້ນຖານການຜະລິດຢູ່ແຂວງ ກວ່າງບິ່ງ ເພື່ອຊອກຮູ້ສະພາບການພັດທະນາເສດຖະກິດ-ສັງຄົມ ກໍ່ຄືບົດຮຽນໃນການກໍ່ສ້າງຮາກຖານພັກ, ລົບລ້າງຄວາມທຸກຍາກຢູ່ທ້ອງຖິ່ນດັ່ງກ່າວ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 49 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 47 |
![]() | ມື້ວານນີ້ | 111 |
![]() | ອາທິດນີ້ | 453 |
![]() | ເດືອນນີ້ | 597 |
![]() | ທັງໝົດ | 1232156 |