ກອງປະຊຸມຄັ້ງທີ I ຂອງໜ່ວຍກຳມະບານກົມຂໍ້ມູນຂ່າວສານ
ໃນຕອນເຊົ້າວັນທີ 05 ສິງຫາ 2019 , ໜ່ວຍກຳມະບານກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນ ທີ່ປະຊຸມ ຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ;
ໂດຍໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງປະທານສະຫະພັນກຳມະບານ ແລະ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີຜູ້ຕາງໜ້າຄະນະໜ່ວຍກຳມະບານບັນດາກົມອ້ອມຂ້າງ ແລະ ສະມາຊິກກຳມະບານກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍກຳມະບານກົມຂໍ້ມູນຂ່າວສານ, ເຊິ່ງໄດ້ສະຫຼູບຕີລາຄາຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ເປັນເສນາທິການປິ່ນອ້ອມໃຫ້ແກ່ສະຫະພັນກຳມະບານຄອສພ ເວົ້າລວມເວົ້າສະເພາະກໍແມ່ນເຄື່ອນໄຫວປະຕິບັດໜ້າທີຢູ່ພາຍໃນກົມຂອງຕົນຕະຫຼອດໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ, ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ; ຈາກນັ້ນ, ຄະນະໜ່ວຍກຳມະບານກົມຂໍ້ມູນຂ່າວສານຊຸດເກົ່າ ໄດ້ຂື້ນຜ່ານບົດສຳຫຼວດໃນການຊີ້ນຳ-ນຳພາ ໃນໄລຍະຜ່ານມາ ພ້ອມທັງລາໜ້າທີ່ ແລະ ປ່ອນບັດຄັດເລືອກເອົາຄະນະໜ່ວຍກຳມະບານກົມຂໍ້ມູນຂ່າວສານຊຸດໃໝ່ ເຊິ່ງມີຜູ້ລົງສະມັກເລືອກຕັ້ງເປັນຄະນະໜ່ວຍກຳມະບານກົມຂໍ້ມູນຂ່າວສານຊຸດໃໝ່ 5 ສະຫາຍ, ຍິງ 2 ສະຫາຍ ໃນນັ້ນເລືອກເອົາຄະນະໜ່ວຍຊຸດໃໝ່ 3 ສະຫາຍ ເຊິ່ງຜົນການປ່ອນບັດເລືອກຕັ້ງສາມາດເລືອກໄດ້ 3 ສະຫາຍດັ່ງນີ້: ສະຫາຍ ນ. ອິດໄຊທອງ ສົມມະນີ, ສະຫາຍ ບຸນເລີດ ສຸວັນນີ ແລະ ສະຫາຍ ກົງເພັດ ສີອຸດົມ.
ຜ່ານການປຶກສາຫາລືຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ, ກອງປະຊຸມໄດ້ເລືອກເອົາ:
1. ສະຫາຍ ນ. ອິດໄຊທອງ ສົມມະນີ ເປັນຫົວໜ້າໜ່ວຍກຳມະບານກົມຂໍ້ມູນຂ່າວສານ
2. ສະຫາຍ ບຸນເລີດ ສຸວັນນີ ຮອງຫົວໜ້າໜ່ວຍກຳມະບານກົມຂໍ້ມູນຂ່າວສານ.
3. ສະຫາຍ ກົງເພັດ ສີອຸດົມ ເປັນກຳມະການໜ້າໜ່ວຍກຳມະບານກົມຂໍ້ມູນຂ່າວສານ.
ກອງປະຊຸມໄດ້ຮັບຟັງການການໂອ້ລົມຂອງສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກເຊິ່ງທ່ານໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະ 5 ປີຜ່ານມາ ທີ່ໜ່ວຍກຳມະບານກົມຂໍ້ມູນຂ່າວສານ ຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເວົ້າລວມ ເວົ້າສະເພາະກໍຄືວຽກງານວິຊາສະເພາະຂອງຕົນ ແລະ ຜົນງານໃນການປະກອບສ່ວນເຂົ້າໃນກິດຈະ ກໍາຕ່າງໆຂອງ ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ໃນການເຮັດໜ້າທີ່ຂອງຕົນເອງຈົນສຸດຄວາມສາມາດເຊິ່ງມັນສະແດງອອກໃນຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານ, ສະຕິຕໍ່ການຈັດຕັ້ງ, ຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ການປະກອບສ່ວນເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງຕົນຢ່າງຕັ້ງໜ້າ. ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະໜ່ວຍ, ສະມາຊິກກຳມະບານກົມຂໍ້ມູນຂ່າວສານທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ພ້ອມກັນບຸກບືນພັດທະນາຕົນເອງຢ່າງຮອບດ້ານ ແລະ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນທິດສະດີ, ແນວທາງ ແລະ ວຽກງານວິຊາສະເພາະເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ຈຸດສຸມ ທີ່ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຮອງເອົາ
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 74 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 44 |
![]() | ມື້ວານນີ້ | 111 |
![]() | ອາທິດນີ້ | 450 |
![]() | ເດືອນນີ້ | 594 |
![]() | ທັງໝົດ | 1232153 |