ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຕ້ອນຮັບການຢ້ຽມຂໍ່ານັບຂອງຄະນະຜູ້ແທນພັກກອມມູນິດອິນດູຈີນ.
ໃນວັນທີ 21 ກຸມພາ 2017 ຜ່ານມາ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນພັກກອມມູນິດຈີນ ນຳໂດຍ ສະຫາຍ
ລີຈືຢົງ (LI ZHIYONG) ຮອງຫົວໜ້າຜູ້ປະຈຳການຂອງຄະນະວຽກງານອົງການອ້ອມຂ້າງສູນກາງ ພັກກອມມູນິດຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ປາຖະກະຖາຢູ່ ສປປ ລາວ ແຕ່ວັນທີ 21-24 ກຸມພາ 2017 ຕາມແຜນແລກປ່ຽນຄະນະຜູ້ແທນ ລະ ຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດອິນດູຈີນ ປະຈຳປີ 2017.
ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມາຢ້ຽມຢາມ ແລະ ປາ ຖະກະຖາຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງ, ຍາວນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ນັບມື້ນັບ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານໃນພາລະກິດການສ້າງສາພັດທະນາທີ່ພັກ, ລັດ ແລະ ປະຊາຊົນຈີນ ອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ໂດຍສະເພາະຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ 6 ສະໄໝທີ XVIII ຂອງພັກກອມມູນິດຈີນ ກໍຄືຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດຈີນ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 13 ຂອງ ສປ ຈີນ ໃນໄລຍະຜ່ານມາ. ພ້ອມນັ້ນ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການມາປາຖະກະຖາຂອງຄະນະໃນຄັ້ງນີ້ ຊຶ່ງໄດ້ເປັນໂອກາດດີໃຫ້ແກ່ສະມາຊິກພັກ ແລະ ພະນັກງານຂອງ ລາວ ໃນການເຂົ້າໃຈ ແລະ ຮັບຮູ້ກ່ຽວກັບບົດຮຽນຂອງພັກກອມມູນິດຈີນ ໃນການກໍ່ສ້າງພັກໜັກ ແໜ້ນ, ການຄຸ້ມຄອງພັກບໍລິຫານປະເທດ ແລະ ບົດຮຽນດ້ານອື່ນໆຂອງພັກກອມມູນິດຈີນ.
ສະຫາຍ ກິແກ້ວ ໄຂຄຳ ພິທູນ ຍັງໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງສອງ ພັກ, ສອງລັດ ໃນໄລຍະຜ່ານມາ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໃຫ້ຄະນະໄດ້ຮັບຊາບ ໂດຍສະເພາະແມ່ນຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ປປ ລາວ, ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 8 ກໍຄືການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ການພັດທະນາຊົນນະບົດຮອບດ້ານ ເພື່ອແກ້ໄຂຄວາມ ທຸກຍາກ ແລະ ນຳເອົາປະເທດຊາດຫຼຸຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 56 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 334 |
![]() | ມື້ວານນີ້ | 1348 |
![]() | ອາທິດນີ້ | 9694 |
![]() | ເດືອນນີ້ | 24868 |
![]() | ທັງໝົດ | 1045812 |