ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ ຢ່າງສຸດໃຈ.                                                                                                                                                                           ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ.                                                                                                                                                                               ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໃຫ້ປະກົດຜົນເປັນຈິງ.                                                                                                                                                                       ຊົມເຊີຍວັນສ້າງຕັ້ງ ສປປ ລາວ ຄົບຮອບ 43 ປີ.  

ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

22.3.1955

  1. ການກຳເນີດພັກປະຊາຊົນປະຕິວັດລາວ.

          ຊາດລາວເປັນຊາດຫນຶ່ງ ທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະ ນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

  • ປີ 1893 ຝຣັ່ງໄດ້ເຂົ້າມາຢຶດຄອງເອົາລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ, ຈິ່ງໄດ້ພາກັນລຸກຮື້ຂຶ້ນຕໍ່ຕ້ານແອກປົກຄອງ ຂອງພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານ ແລະ ເປັນຂະບວນການຕໍ່ເນື່ອງ.
  •  ປີ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນຳພາຂະບວນ ການຕໍ່ສູ້ຂອງປະຊາຊົນຢູ່ສາມຊາດອິນດູຈີນ.
  •  ປີ 1934 ອົງຄະນະພັກແຄວ້ນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນຳພາແລ້ວການຕໍ່ສູ້ຂອງປະຊາຊົນນັບມື້ນັບໄດ້ຮັບໄຊຊະນະເປັນກ້າວໆ ພັກເຮົາໄດ້ເດັດດ່ຽວນຳພາປວງຊົນລຸກຮືຂຶ້ນຍາດເອົາເອກະລາດຈາກຟາດຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກ ເມື່ອວັນທີ 12 ຕຸລາ 1945.
  • ປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ ແລະ ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອິນດູຈີນ, ບັນດານັກກອມມູນິດລາວ ກໍ່ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພາຍຫລັງທີ່ໄດ້ກະກຽມມາໄດ້ໄລຍະໜຶ່ງ ແລະ ໄດ້ ສ້າງຕັ້ງພັກປະຊາຊົນລາວຂຶ້ນໃນວັນທີ 22 ມີນາ 1955.
  1. ຜົນສຳເລັດແຫ່ງການຊີ້ນຳ ນຳພາຂອງພັກປະຊາຊົນປະຕິວັດລາວ.

          ພາຍຫລັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ປະເຊີນໜ້າກັບ ຈັກກະພັດໂຕໃໝ່ທີ່ມີເສດຖະກິດເຂັ້ມແຂງ ແລະ ມີອາວຸດທີ່ທັນສະໄໝ ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອຊີ້ນຳ ນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດ ຢ່າງດຸເດືອດຂ້ຽວຂາດກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາເປັນສປປ ລາວເຊິ່ງມີໄລຍະຂອງການສ້າງສາ ແລະ ພັດທະນາປະເທດຊາດດັ່ງນີ້:

  1. ໄລຍະຕໍ່ສູ້ປົດປ່ອຍຊາດ.

          ໄລຍະປີ 1955 - 1958 ເປັນໄລຍະທີ່ພັກນຳພາການຕໍ່ສູ້ ເພື່ອປະຕິບັດສັນຍາເຊີແນວ 1954, ເດັດດ່ຽວປົກປັກຮັກສາ 2 ແຂວງເຕົ້າໂຮມ ຫົວພັນ ແລະ ຜົ້ງສາລີ, ພັກເຮົາໄດ້ເພີ່ມທະວີການປັບປຸງ, ບຳລຸງສ້າງກຳລັງປະກອບອາວຸດ, ພື້ນຖານການເມືອງ ແລະ ເສດຖະກິດ, ປົກປັກຮັກສາ 2 ແຂວງເຕົ້າໂຮມສົມທົບກັບການຂົນຂວາຍປຸກລະດົມການຕໍ່ສູ້ທາງດ້ານການເມືອງຢູ່ 10 ແຂວງເພື່ອທັບມ້າງກົນອຸບາຍ " ຍົວະເສືອເຂົ້າຖ້ຳ " ຂອງພວກລ່າເມືອງຂຶ້ນແບບໃໝ່ ທີ່ແນໃສ່ດັບສູນກຳລັງປະຕິວັດຮັກຊາດ ເຊິ່ງພາໄປເຖິງການເຊັນສັນຍາວຽງຈັນ ປີ 1957 ແລະ ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ I ຂຶ້ນ ດ້ວຍການເຂົ້າຮ່ວມຂອງແນວລາວຮັກຊາດ ຫຼື ເອີ້ນວ່າລາວລວມລາວຄັ້ງທີ I.

          ປີ 1959 - 1962 ພວກຈັກກະພັດ ແລະ ລູກມືໄດ້ອອກແຮງປາບປາມຂະບວນການປະຕິວັດ ຢ່າງປ່າເຖື່ອນ, ພວກເຂົາໄດ້ມ້າງລັດຖະບານປະສົມ ແລະ ຄວາມຖືກຕ້ອງປອງດອງຊາດ, ປິດລ້ອມກອງພັນທີ 2 ຢູ່ທົ່ງໄຫຫີນ, ຈັບບັນດາຜູ້ນຳຂອງແນວລາວຮັກຊາດເຂົ້າຄຸກ ແຕ່ໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ, ກອງພັນທີ 2 ໄດ້ຜ່າວົງລ້ອມໄປຢ່າງປອດໄພ ແລະ ບັນດາຜູ້ນຳເຮົາກໍ່ສາມາດແຫກຄຸກອອກມາໄດ້ຢ່າງມະຫັດສະຈັນ ໃນວັນທີ 24/5/1960,  ປົດປ່ອຍທົ່ງໄຫຫີນ - ຊຽງຂວາງ ໃນເດືອນ 1/1961, ປົດປ່ອຍແຂວງຫລວງນ້ຳທາໃນເດືອນ 5/1962,  ເປີດກວ້າງບັນດາຖານທີ່ ໝັ້ນ, ປົດປ່ອຍດິນແດນໄດ້ 2/3 ແລະ ມີພົນລະເມືອງ 1/2 ຂອງທົ່ວປະເທດ ເຮັດໃຫ້ດິນແດນ ເຂດປົດປ່ອຍຕິດລຽນຕໍ່ກັນແຕ່ເໜືອຮອດໃຕ້.

          ຍ້ອນຖືກປະລາໄຊຢ່າງຫນັກຫນ່ວງຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືພວກເຂົາຈຳຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບລາວ ໃນວັນທີ 23 ກໍລະກົດ ປີ 1962, ໄດ້ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ II ຫຼື ເອີ້ນວ່າລາວລວມລາວຄັ້ງທີ II.

          ໄລຍະແຕ່ກາງປີ 1964 - 1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດ " ສົງຄາມພິເສດຂອງຈອນເຊິນ " ແລະ ຍຸດທະສາດ " ສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊີນ " ຂອງຈັກກະພັດຜູ້ຮຸກແບບໃໝ່.

          ນັບແຕ່ເດືອນ 5/1964 ພວກຈັກກະພັດອາເມລິກາ ໄດ້ໃຊ້ເຮືອບິນບຸກໂຈມຕີຍິງທຳລາຍເຂດປົດປ່ອຍຢ່າງໜັກໜ່ວງ, ດຳເນີນນະໂຍບາຍປິນຂັ້ນໄດສົງຄາມເຮັດໃຫ້ສົງຄາມພິເສດຢູ່ລາວ ນັບມື້ນັບຂະຫຍາຍຕົວໃນລະດັບສູງ ດ້ວຍກົນອຸບາຍບຽດຢຶດເອົາເຂດປົດປ່ອຍຂອງກຳລັງປະຕິວັດທັງໝົດ ເຊິ່ງເລີ່ມຕົ້ນດ້ວຍການເປີດບັ້ນຮົບບຸກໂຈມຕີເຊັ່ນ: ບັ້ນຮົບສາມສອນ, ສອນໄຊ 1, ສອນໄຊ 2, ບັ້ນຮົບມັງກອນ, ໂຄດຕະບອງ... ບຸກໂຈມຕີພູພຽງຍຸດທະສາດທົ່ງໄຫຫີນ, ເຄື່ອນທັບເຂົ້າໄປບຸກຕີຢຶດທີ່ຕັ້ງຢູ່ເຂດນ້ຳບາກ; ບຸກຕີບຽດຢຶດເຂົ້າເຂດປົດປ່ອຍທາງພາກກາງ ແລະ ພາກໃຕ້ຂອງລາວ.

          ພາຍໃຕ້ການຊີ້ນຳ ນຳພາຢ່າງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບ ແລະ ປະຊາຊົນລາວ ສາມາດຕີເອົາໄຊຊະນະການບຸກໂຈມຕີບຽດຢຶດຂອງສັດຕູທັງໝົດ ເປັນຕົ້ນແມ່ນບັ້ນຮົບນ້ຳບາກ, ຜາຖີ່ ( ປີ 1968 ), ບັ້ນຮົບທົ່ງໄຫຫີນຊຽງຂວາງ ( ປີ 1970 ) ບັ້ນຮົບລາມເຊິນ 719 (1971) ພວກເຮົາໄດ້ທັບມ້າງຍຸດທະສາດ " ສົງຄາມພິເສດຂອງຈອນເຊິນ " ແລະ ຍຸດທະສາດ   " ສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊິນຂອງຈັກກະພັດອາເມລິກາ " ໃຫ້ຖືກປະລາໄຊຢ່າງໜັກໜ່ວງ ຢູ່ລາວກໍຄືຢູ່ພາກໃຕ້ຫວຽດນາມ ແລະ ກຳປູເຈຍ. ເຂດປົດປ່ອຍໄດ້ເປີດກວ້າງອອກກວມເນື້ອທີ່ 4/5 ຂອງດິນແດນເຊິ່ງປະກອບດ້ວຍຫລາຍບໍລິເວນທີ່ສຳຄັນກວ່າໝູ່ ແລະ ມີພົນລະເມືອງກວ່າເຄິ່ງໜຶ່ງຂອງທົ່ວປະເທດ ແລະ ສ້າງຂົງເຂດປົດປ່ອຍເປັນຄືລັດໜື່ງ ແລະ ອອກແຮງປັບປຸງກໍ່ສ້າງເຂດປົດປ່ອຍໃນທຸກດ້ານໃຫ້ກາຍເປັນລັດໜື່ງ.

          ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກໄດ້ໄຂຂຶ້ນ, ພັກໄດ້ວາງແນວທາງຕໍ່ສູ້ເພື່ອສຳເລັດໄລຍະປະຕິວັດຊາດ - ປະຊາທິປະໄຕ ໃນທົ່ວປະເທດ.

          ປີ 1973 ຍ້ອນຖືກໂຈມຕີຢ່າງແຂງແຮງ ຈັກກະພັດອາເມລິກາ ແລະ ລູກມືຈຳຕ້ອງໄດ້ຍອມເຊັນສັນຍາວຽງຈັນ ກ່ຽວກັບການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດ ຢູ່ລາວຄັ້ງທີ III ໃນວັນທີ 21/2/1973. ສັນຍາດັ່ງກ່າວນັ້ນ ເປັນຂີດຫມາຍແຫ່ງການປະລາໄຊຢ່າງສິ້ນເຊີງ ໃນສົງຄາມຮຸກຮານລ່າເມືອງຂຶ້ນແບບໃໝ່ ຂອງຈັກກະພັດອາເມລິກາຕໍ່ປະເທດເຮົາ ຄຳສັ່ງຢຸດຍິງຢູ່ທົ່ວດິນແດນລາວໄດ້ມີຜົນສັກສິດ ນັບແຕ່ວັນທີ 22 ກຸມພາ 1973 ເປັນຕົ້ນໄປ. ໄຊຊະນະດັ່ງກ່າວນັ້ນ ເປັນໄຊຊະນະອັນໃຫຍ່ຫລວງທີ່ສຸດ, ມັນໄດ້ສ້າງເງື່ອນໄຂໃຫມ່ ທີ່ເປັນພື້ນຖານທີ່ສຸດເພື່ອນຳພາການປະຕິວັດເຮົາກ້າວຂຶ້ນຍາດເອົາໄຊຊະນະອັນສົມບູນ.

          ໄລຍະແຕ່ປີ 1973 - 1975 ເປັນໄລຍະຕໍ່ສູ້ເພື່ອສຳເລັດການປະຕິວັດຊາດ - ປະຊາທິປະໄຕ ໃນທົ່ວປະເທດ. ພາຍໃຕ້ການນຳພາຂອງພັກ, ມະຫາຊົນ, ຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນ, ຊາວນາ, ນັກຮຽນ, ນັກສຶກສາ ໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ນັບມື້ນັບຫລາຍ, ນັບມື້ນັບຟົດຟື້ນ, ແຂງແຮງເຊັ່ນ: ການລຸກຮືຂຶ້ນ ຂອງກຳມະກອນໄຟຟ້າວຽງຈັນ, ການລຸກຮືຂຶ້ນຕໍ່ສູ້ຢ່າງໝັ້ນໜຽວທົນທານຕະຫລອດ 42 ວັນ ແລະ ຄືນຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ, ການລຸກຮືຂຶ້ນແຍກຕົວຂອງກອງພັນ 102 ຂອງຝ່າຍວຽງຈັນ, ພ້ອມກັນນັ້ນ ກໍມີຂະບວນການຕໍ່ສູ້ຂອງຊາວໜຸ່ມນັກຮຽນນັກສຶກສາຢູ່ໃນຕົວເມືອງຕ່າງໆເຊັ່ນ: ວຽງຈັນ, ປາກເຊ, ສະຫວັນນະເຂດ.

          ວັນທີ 17/4/1975 ແນວໂຮມເອກະພາບກຳປູເຈຍ ສາມາດປົດປ່ອຍທົ່ວປະເທດ; ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ປົດປ່ອຍພາກໃຕ້ຫວຽດນາມ ໃນວັນທີ 30/4/1975. ດ້ວຍເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການປະຕິວັດລາວ, ໂດຍກຳແໜ້ນເອົາກາລະໂອກາດປະຫວັດສາດ     " ພັນປີມີເທື່ອຫນຶ່ງ " ພັກເຮົາໄດ້ຕົກ ລົງລຸກຮື້ຂຶ້ນຢຶດອຳນາດ ໃນຕົ້ນເດືອນ 5 ປີ 1975 ເປັນຕົ້ນໄປ ດ້ວຍທ່າສະໜາມທັງສາມເຂດ ( ເຂດປົດປ່ອຍ, ເຂດກວດກາຂອງຝ່າຍກົງກັນຂ້າມ ແລະ ເຂດເປັນກາງ ) ດ້ວຍ 3 ບາດຄ້ອນ ຍຸດທະສາດຄື: ການລຸກຮືຂຶ້ນຂອງປະຊາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ ແລະ ການລຸກຮືຂຶ້ນແຍກຕົວອອກຂອງທະຫານສັດຕູສົມທົບກັບ ການຕໍ່ສູ້ທາງດ້ານກົດໝາຍ. ຮອດຕົ້ນເດືອນ 9 ປີ 1975 ທົ່ວປະເທດໄດ້ປະກາດລຶບລ້າງອຳນາດການປົກ ຄອງເກົ່າທັງໝົດ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນແທນ ໃນຂອບເຂດທົ່ວປະເທດ. ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ.

          ໄຊຊະນະດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງການສຳເລັດການປະຕິວັດຊາດ - ປະຊາທິປະໄຕ ຢ່າງສົມບູນ ແລະ ໄດ້ໄຂສັງກະລາດໃໝ່ໃນປະຫວັດສາດຂອງຊາດລາວ, ປະຊາຊົນລາວບັນດາເຜົ່າເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຊາຕາກຳຂອງຕົນຢ່າງແທ້ຈິງ, ກ້າວຂຶ້ນສູ່ເສັ້ນທາງອັນສະຫວ່າງສະໄຫວ ຂອງລັດທິສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

  1. ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.

          ນັບແຕ່ປີ 1975 ເປັນຕົ້ນມາ ສປປ ລາວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ ຊຶ່ງມີລັດປະຊາທິປະໄຕ ປະຊາຊົນ ເປັນເຄື່ອງມືອັນແຫລມຄົມເພື່ອຄຸ້ມຄອງສັງຄົມ. ໃນເງື່ອນໄຂທີ່ເປັນພັກກຳອຳນາດ ທີ່ຕັ້ງ ແລະ ບົດບາດຂອງພັກ ໄດ້ມີການປ່ຽນແປງຄື: ພັກຍັງເປັນກອງນຳໜ້າດ້ານການເມືອງ ຂອງຊົນຊັ້ນກຳມະກອນ ແລະ ຮັບຜິດຊອບຕໍ່ຊາຕາກຳຂອງປະເທດຊາດຢ່າງຮອບດ້ານຄື:

          - ພັກໄດ້ກຳນົດເອົາແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນວຽກງານທີ່ສຳຄັນ, ປຸກລະດົມປວງຊົນທັງຊາດເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບສາມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ໃຫ້ໝັ້ນຄົງ.

          - ພັກໄດ້ກຳນົດເອົາແນວທາງ ແລະ ແຜນນະໂຍບາຍ ພັດທະນາເສດຖະກິດ - ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຂະຫຍາຍຕະໜ່າງການສຶກສາ, ວັດທະນະທຳ ແລະ ໄດ້ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

          - ພັກໄດ້ກຳນົດເອົາຍຸດທະສາດ ແລະ ຍຸດໂທບາຍ ດ້ານການພົວພັນຕ່າງປະເທດ ໃນແຕ່ລະໄລຍະຢ່າງຖືກຕ້ອງ, ໄດ້ນຳພາ - ຊີ້ນຳການດຳເນີນນະໂຍບາຍການຕ່າງປະເທດຢ່າງສອດຄ່ອງ ເຮັດໃຫ້ປະເທດເຮົາມີເພື່ອນມິດທັງຢູ່ໃກ້ ແລະ ໄກ ນັບມື້ນັບຫລາຍ, ບົດບາດ ແລະ ອິດທິພົນຂອງປະເທດເຮົາໃນເວທີສາກົນ ກໍໄດ້ຮັບການເຊີດຊູນັບມື້ນັບສູງຂຶ້ນ.

          - ພັກໄດ້ເປັນເຈົ້າການລິເລີ່ມ, ນຳພາການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫລັກການ ໄດ້ຮັບຜົນສຳເລັດ ຫລາຍປະການ, ສ້າງປະຖົມປັດໄຈຂອງລະບອບສັງຄົມນິຍົມໃຫ້ປະກົດຂຶ້ນເປັນກ້າວໆ.

  1. ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່.

          ນັບແຕ່ປີ 1986 ເປັນຕົ້ນມາ ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຕິບັດແນວທາງປ່ຽນແປງ  ໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເຊິ່ງມັນສະແດງອອກດັ່ງນີ້:

          ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັງຫວະສະເລ່ຍ 6,2% ຕໍ່ປີ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນລື່ນແຕ່ກ່ອນຢ່າງຈະແຈ້ງ. ອັນພົ້ນເດັ່ນແມ່ນຍອດຜະລິດຕະພັນພາຍໃນໄດ້ເພີ່ມຂຶ້ນເປັນແຕ່ລະໄລຍະຄື: ຊຸມປີ 1986 - 1990 ສະເລ່ຍ 4,8% ຕໍ່ປີ, 1991 - 1995 ເພີ່ມຂຶ້ນສະເລ່ຍ 6,4% ຕໍ່ປີ, 1996 -  2005 ໄດ້ 6,2% ຕໍ່ປີ, 2006 - 2010 ສະເລ່ຍ 7,9%, 2015 - 2016 ສະເລ່ຍ 7,8%, ປີ 2017 ໄດ້ 6,83% ລາຍຮັບຂອງປະຊາຊົນ ກໍໄດ້ເພີ່ມຂຶ້ນແຕ່ລະໄລຍະເຊັ່ນ: ປີ 1985 ລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ 114 ໂດລາ, ປີ 1995 ບັນລຸໄດ້ 380 ໂດລາ, ປີ 2005 - 2006 ໄດ້ 534 ໂດລາ, ປີ 2012 ບັນລຸໄດ້ປະມານ 1.355 ໂດລາ, ປີ 2015 ໄດ້ 1.970 ໂດລາ ແລະ ປີ 2017 ບັນລຸໄດ້ 2.472 ໂດລາ.

ການພັດທະນາແຕ່ລະດ້ານໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງເຊັ່ນ:

          ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນບັນຫາສຳຄັນ, ບັນດາຂະແໜງການນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ເອົາໃຈໃສ່ຫັນລົງຮາກຖານສຸມໃສ່ສ້າງບ້ານ ແລະ ຈຸດສຸມພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ໄປຄຽງຄູ່ກັບການເຮັດທົດລອງວຽກ 3 ສ້າງ ຢູ່ 51 ເມືອງ, 109 ບ້ານເປົ້າໝາຍ ເຊິ່ງປັດຈຸບັນ ທົ່ວປະເທດມີ 148 ເມືອງ, 8.454 ບ້ານ ແລະ 1.166.239 ຄອບຄົວ. ອັດຕາສ່ວນຂອງຄວາມທຸກຍາກໄດ້ຫລຸດລົງຢ່າງຕໍ່ເນື່ອງ, ມາຮອດປີ 2017 ຍັງເຫລືອຄອບຄົວທຸກຍາກ 69.772 ຄອບຄົວ ກວມ 5,98% ໃນຈຳນວນ 1.166.239 ຄອບຄົວໃນທົ່ວປະເທດ; ບ້ານທຸກຍາກຍັງເຫລືອ 1.673 ບ້ານ ກວມ 19,55%; ເມືອງທຸກຍາກເຫລືອ 23 ເມືອງກວມ 15,54% ຂອງເມືອງທັງໝົດໃນທົ່ວປະເທດ.

          ສຳລັບບ້ານພັດທະນາໃນທົ່ວປະເທດມີ 3.917 ບ້ານ, ມີບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 31 ບ້ານ ຊຶ່ງນອນຢູ່ໃນ 107 ເມືອງ ແລະ 16 ແຂວງ.

          ດ້ານກະສິກຳ: ການຜະລິດເຂົ້າໃນປີ 2004 ໄດ້ 2.529.000 ໂຕນ, 2012 ໄດ້ 3,489,210 ໂຕນ, ປີ 2015 ໄດ້ 4,102,000 ໂຕນ ແລະ ປີ 2017 ຜະລິດເຂົ້າໄດ້ 4.27 ລ້ານໂຕນ ເທົ່າກັບ 98,16% ຂອງແຜນການ. ໃນນັ້ນ, ເຂົ້ານາປີ 3,6 ລ້ານໂຕນ, ນາແຊງ 473.700 ໂຕນ. ການປູກຕົ້ນໄມ້ອຸດສາຫະກຳ ແລະ ການຜະລິດພືດຜັກອື່ນໆລ້ວນແຕ່ຂະຫຍາຍຕົວຢ່າງແຂງແຮງ, ການລ້ຽງສັດແບບເປັນຟາມໄດ້ມີການເພີ່ມຂຶ້ນຢ່າງໄວວາ.

          ດ້ານພະລັງງານ ແລະ ບໍ່ແຮ່: ມີການພັດທະນາທີ່ຕັ້ງໜ້າການເພີ່ມຂຶ້ນຂອງໄຟຟ້າສະເລ່ຍ 29,61% ຕໍ່ປີ. ປີ 2013 ສາມາດສະໜອງກະແສໄຟ້າໃຫ້ທຸກເທດສະບານແຂວງ ແລະ ເມືອງ. ປີ 2014 ບ້ານມີຕາຂ່າຍໄຟຟ້າ ເຂົ້າເຖິງ ແລະ ສາມາດຊົມໃຊ້ໄດ້ 6.366 ບ້ານ, ກວມ 74,77% ຂອງບ້ານໃນທົ່ວປະເທດ. ປີ 2015 ພວກເຮົາມີເຂື່ອນໄຟຟ້າປະມານ 30 ເຂື່ອນ ແລະ ມາຮອດປີ 2017 ມີເຂື່ອນໄຟຟ້າທັງໝົດ 50 ເຂື່ອນ ສາມາດຜະລິດໄຟຟ້າໄດ້ 7.555.58 ລ້ານກິໂລວັດໂມງ, ເມືອງທີ່ໄດ້ໃຊ້ໄຟຟ້າແລ້ວ 148 ເມືອງ ເທົ່າກັບ 100%, ໃນຈຳນວນບ້ານ 8.544 ບ້ານ ມີໄຟຟ້າໃຊ້ຖາວອນ 7.554 ບ້ານ, ເທົ່າກັບ 88,41%, ຈຳນວນຄອບຄົວ 1.167.607 ຄອບຄົວ ມີໄຟຟ້າໃຊ້ແລ້ວ 1.074.789 ຄອບຄົວ, ເທົ່າກັບ 92,05%.

          ການຂະຫຍາຍຕົວຂອງບໍ່ແຮ່ເພີ່ມຂຶ້ນ 15 - 20% ຕໍ່ປີ. ປະເພດແຮ່ທາດທີ່ຖືກຂຸດຄົ້ນໃນ ສປປ ລາວ ມີ: ຄຳ, ທອງແດງ, ຖ່ານຫີນ, ກົ່ວ, ແກ້ວປະເສີດ, ຫີນປູນຜະລິດຊີມັງ, ຫີນກາວ, ສັງກະສີ, ຟົດຟໍ, ເກືອ ແລະ ອື່ນໆ.

          ດ້ານອຸດສາຫະກຳ ແລະ ການຄ້າ: ໄລຍະຕົ້ນຂອງການປ່ຽນແປງໃໝ່ 1986 - 1990 ອຸດສາຫະກຳມີການຂະຫຍາຍຕົວຕໍ່ເນື່ອງ ເພີ່ມຂຶ້ນສະເລ່ຍ 8% ຕໍ່ປີ, ຕົ້ນຕໍແມ່ນຂະແໜງການຜະລິດປຸງແຕ່ງ ໄລຍະ 2006 - 2010 ສະເລ່ຍອັດຕາການຂະຫຍາຍຕົວຂອງອຸດສາຫະກຳ 12% ຕໍ່ປີ.

          ດ້ານການຄ້າ: ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ໃນປີ 2017 ທົ່ວປະເທດມີຕະຫລາດທັງໝົດ 733 ແຫ່ງ, ໃນນັ້ນມີສູນການຄ້າ 28 ແຫ່ງ, ຕະຫລາດໃຫຍ່ 53 ແຫ່ງ, ຕະຫລາດກາງ 115 ແຫ່ງ, ຕະຫລາດນ້ອຍ 387 ແຫ່ງ, ຕະຫລາດນັດ 187 ແຫ່ງ ຊຶ່ງໄດ້ເຮັດໃຫ້ການຈໍລະຈອນແຈກຢາຍສິນຄ້າລົງເຖິງຊົນນະບົດ, ເຂດຫ່າງໄກສອກຫລີກ.

          ດ້ານການຄົມມະນາຄົມຂົນສົ່ງ: ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຫລາຍສົມຄວນ, ມີບັນດາເສັ້ນທາງທີ່ເຊື່ອມຕໍ່ກັບອະນຸພາກພື້ນ, ເສັ້ນທາງແລວເສດຖະກິດຕາເວັນອອກ - ຕາເວັນຕົກ ໄດ້ເປີດໃຊ້ບໍລິການລົດໄຟລະຫວ່າງ ທ່ານາແລ້ງ ນະຄອນຫລວງວຽງຈັນ - ແຂວງໜອງຄາຍ ປະເທດໄທ, ພວມປະຕິບັດໂຄງການກໍ່ສ້າງທາງລົດໄຟຄວາມໄວສູງແຕ່ບໍ່ເຕັນ - ນະຄອນຫລວງວຽງຈັນ ຄວາມຍາວ 427 ກິໂລແມັດ. ປີ 2017 ເສັ້ນທາງມີຄວາມຍາວທັງໝົດ 58.885.56 ກິໂລແມັດ, ປີ 1976 ມີຄວາມຍາວຂອງເສັ້ນທາງພຽງ 11.504 ກິໂລແມັດ, ມີຂົວ 2.802 ແຫ່ງ ໃນນັ້ນຂົວຂ້າມນ້ຳຂອງທີ່ເປີດໃຊ້ບໍລິການແລ້ວມີ 9 ແຫ່ງ.        

ລະບົບນ້ຳປະປາ ກໍໄດ້ຂະຫຍາຍຕົວຈາກນະຄອນຫລວງວຽງຈັນ ລົງສູ່ບັນດາແຂວງ ແລະ ເມືອງໃນທົ່ວປະເທດ, ປີ 2016 ມີກຳລັງການຜະລິດ 188.249.115 m3/ປີ, ສາມາດສະໜອງນ້ຳປະປາໃຫ້ເທດສະບານທຸກແຂວງໄດ້ຊົມໃຊ້ຢ່າງທົ່ວເຖິງ.

          ດ້ານໄປສະນີ, ໂທລະຄົມມະນາຄົມ: ໄດ້ຂະຫຍາຍຕົວໄວ ແຕ່ລະເມືອງສາມາດນຳໃຊ້ໂທລະສັບໄດ້ 100%, ໃນປີ 2004 ມີໂທລະສັບຕັ້ງໂຕະ ແລະ ມືຖືທັງໝົດ 441.113 ໝາຍເລກ, ເທົ່າກັບ 7,74% ຂອງຜູ້ຊົມໃຊ້, ເພີ່ມສູນກາງໂທລະສັບອັດຕະໂນມັດຂຶ້ນ 23 ແຫ່ງ, ເພີ່ມສູນກາງໂທລະສັບມືຖືຂຶ້ນຈາກ 1 ແຫ່ງໃນປີ 2001 ເປັນ 4 ແຫ່ງໃນປີ 2005;

          ປີ 2017 ສາມາດຂະຫຍາຍຕາໜ່າງໄປສະນີໄດ້ 128 ເມືອງ ໃນທົ່ວປະເທດ, ຂະຫຍາຍເຄືອຂ່າຍສາຍສົ່ງດ້ວຍສາຍກາບໄຍແສງໄດ້ 73,039 ກິໂລແມັດ, ຕາໜ່າງໂທລະຄົມມະນາຄົມກວມເອົາ 80 ກວ່າຕົວເມືອງໃນທົ່ວປະເທດ; ໃນທົ່ວປະເທດມີໂລະສັບມືຖື ແລະ ຕັ້ງໂຕະ 4,857,837 ລ້ານເລກໝາຍ, ສັນຍານຄວບຄຸມບ້ານໄດ້ 91%, ນັບແຕ່ປີ 2012 ເປັນຕົ້ນມາໄດ້ນຳໃຊ້ມືຖືລະບົບ 4g, ວັນທີ 21 ພະຈິກ 2015 ສຳເລັດການສົ່ງດາວທຽມຂອງ ສປປ ລາວ ຄັ້ງທຳອິດໃນຕຳແໜ່ງວົງໂຄຈອນ 128 E

          ຄຽງຄູ່ກັບການພັດທະນາດ້ານເສດຖະກິດ,  ຂົງເຂດວັດທະນະທຳ  -  ສັງຄົມ ກໍໄດ້ຮັບການ

ພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສະແດງອອກດັ່ງນີ້:

          ດ້ານການສຶກສາ: ການສຶກສາໄດ້ຮັບການພັດທະນາເປັນກ້າວໆ ນັບທັງດ້ານປະລິມານ ແລະ ຄຸນນະພາບ. ໃນປີ 2000 ໂຮງຮຽນອະນຸບານທັງພາກລັດ ແລະ ເອກະຊົນ 741 ແຫ່ງ, ປີ 2018 ມີ 3.211 ແຫ່ງ, ມີນັກຮຽນທັງໝົດ 229.892 ຄົນ.

          ປີ 2017 ອັດຕາເຂົ້າຮຽນສຸດທິຊັ້ນປະຖົມໄດ້ 98,7%, ອັດຕາການເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນໄດ້ 82,9%; ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນປາຍ ໄດ້ 51,4%; ອັດຕາການຮູ້ໜັງສືໃນກຸ່ມອາຍຸ 15 - 24 ປີ ບັນລຸໄດ້ 84,7%.

          ປະຖົມສຶກສາ: ໃນປີ 1975 - 1976 ໂຮງຮຽນປະຖົມ 4.444 ແຫ່ງ, ສົກປີ 2017 - 2018 ມີ 8.857 ແຫ່ງ, ມີນັກຮຽນທັງໝົດ 786.246 ຄົນ. ອັດຕາສະເລ່ຍຂອງນັກຮຽນຊັ້ນປະຖົມເພີ່ມຂຶ້ນຈາກ 79,6% ເປັນ 81,1%.

          ມັດທະຍົມສຶກສາ: ໃນປີ 1975 - 1976 ມີ 83 ແຫ່ງ ສົກຮຽນປີ 2009 - 2010 ໄດ້ເພີ່ມຊັ້ນຮຽນຂຶ້ນຕື່ມຄື: ( ມ. 7 ), ສົກປີ 2017 - 2018 ມີມັດທະຍົມ 1.758 ແຫ່ງ, ມີນັກຮຽນທັງໝົດ 671.064 ຄົນ. ອັດຕາເຂົ້າຮຽນຂອງຊັ້ນມັດທະຍົມຕອນຕົ້ນໄດ້ເພີ່ມຂຶ້ນຈາກ 82,2% ເປັນ 82,9% ແລະ ອັດຕາເຂົ້າຮຽນຂອງມັດມະຍົມຕອນປາຍເພີ່ມຂຶ້ນຈາກ 47,8% ເປັນ 51,4%.

          ການສຶກສານອກລະບົບ: ໃນສົກປີ 2016 - 2017 ມີຜູ້ຈົບລົບລ້າງຄວາມບໍ່ຮູ້ໜັງສືໃນເກນອາຍຸ 15 - 40 ປີ 22.458 ຄົນ, ຍິງ 12.901 ຄົນ; ຈົບປະຖົມບຳລຸງ 58.121 ຄົນ, ຍິງ 32.064 ຄົນ; ມີ 82 ຕົວເມືອງ, ມີ 2 ແຂວງ ແລະ ນະຄອນຫລວງສາມາດປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງ.

          ອະຊີວະສຶກສາ ແລະ ສູນອົບຮົມວິຊາຊີບ: ປີ 2017 ມີໂຮງຮຽນອະຊີວະສຶກສາ 23 ແຫ່ງ, ມີນັກຮຽນ 33.114 ຄົນ. ມີໂຮງຮຽນວິຊາຊີບ 101 ແຫ່ງ ໃນນັ້ນພາກເອກະຊົນມີ 73 ແຫ່ງ, ມີ 4 ລະບົບຄື: ຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ເຊື່ອມຕໍ່ປະລິນຍາຕີ.

          ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ: ສົກປີ 2016 - 2017 ທົ່ວປະເທດມີມະຫາວິ ທະຍາໄລທັງໝົດ 5 ແຫ່ງ, ໃນນັ້ນ 4 ແຫ່ງຂຶ້ນກັບກະຊວງສຶກສາທິການ, 1 ແຫ່ງຂຶ້ນກັບກະຊວງສາທາລະນະສຸກ; ໂຮງຮຽນ ວິທະຍາໄລ ມີ 133 ແຫ່ງ, ໂຮງຮຽນ ສ້າງຄູ 12 ແຫ່ງ ນັບທັງຄະນະສຶກສາສາດຂອງມະຫາວິທະຍາໄລແຫ່ງຊາດ.

          ດ້ານສາທາລະນະສຸກ: ຕາໜ່າງສາທາລະນະສຸກ ໄດ້ຂະຫຍາຍຕົວໄປເຖິງກຸ່ມບ້ານ; ໃນປີ 2015 ຈຳນວນບ້ານທີ່ປະຊາຊົນໄດ້ໃຊ້ນ້ຳສະອາດບັນລຸໄດ້ 85,7%; ປີ 2016 ບັນລຸໄດ້ 86,7% ແລະ ປີ 2017 ບັນລຸໄດ້ 89,3% ແລະ ອັດຕາການນຳໃຊ້ວິດຖ່າຍ 72,3%; ມີໂຮງໝໍສູນກາງ 5 ແຫ່ງ, ໂຮງໝໍຊຸມຊົນ 135 ແຫ່ງ, ສຸກສາລາ 1.020 ແຫ່ງ ແລະ ບ້ານແບບຢ່າງສາທາລະນະສຸກມີ 5.942 ບ້ານເທົ່າກັບ 70.15% ອັດຕາການຕາຍຂອງແມ່ ແລະ ເດັກ ກໍໄດ້ຫລຸດລົງເຊັ່ນ: ອັດຕາການຕາຍຂອງເດັກລຸ່ມ 1  ປີ  48/1.000 ຄົນ,  ອັດຕາການຕາຍຂອງແມ່  339/100.000  ຄົນ.  ອາຍຸຍືນສະເລ່ຍຂອງຄົນລາວ

ແມ່ນ 65 ປີ ( ແມ່ຍິງປະມານ 66,7 ປີ, ຜູ້ຊາຍປະມານ 64 ປີ ).

          ດ້ານແຮງງານ - ສະຫວັດດີການສັງຄົມ: ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ລັດຖະບານໄດ້ປັບປຸງຄ່າແຮງງານຕ່ຳສຸດຂອງຜູ້ອອກແຮງງານ ໃຫ້ຖືກກັບສະພາບການພັດທະນາເສດຖະກິດ - ສັງຄົມໃນແຕ່ລະໄລຍະ, ເອົາໃຈໃສ່ສ້າງບັນດານິຕິກຳເປັນຕົ້ນ ກົດໝາຍວ່າດ້ວຍປະກັນສັງຄົມ, ດຳລັດວ່າດ້ວຍການສ້າງ ແລະ ພັດທະນາສືມືແຮງງານ, ດຳລັດວ່າດ້ວຍການສົງເຄາະ, ດຳລັດວ່າດ້ວຍກອງທຶນປະກັນ ແລະ ຄຸ້ມຄອງໄພພິບັດ, ປັບປຸງດຳລັດວ່າດ້ວຍການປົກປ້ອງ ແລະ ສິດຜົນປະໂຫຍດຂອງຄົນພິການ, ກົດໝາຍວ່າດ້ວຍການຄຸ້ມຄອງແຮງງານ, ກົດໝາຍວ່າດ້ວຍການຈັດຫາງານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ. ໄດ້ປັບປຸງ ແລະ ກໍ່ສ້າງສູນພັດທະນາສີມືແຮງງານ ໃນຂອບເຂດທົ່ວປະເທດ ເພື່ອຕອບສະໜອງແຮງງານທີ່ມີມາດຕະຖານໃຫ້ແກ່ສັງຄົມ.

          ການພັດທະນາສີມືແຮງງານໄດ້ມີການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ທົ່ວປະເທດມີສູນພັດທະ ນາສີມືແຮງງານ ແລະ ສູນວິຊາຊີບທັງໝົດ 153 ກວ່າ ແຫ່ງ ຊຶ່ງສາມາດຝຶກວິຊາຊີບໄດ້ຫລາຍໝື່ນຄົນ, ຈັດຫາວຽກເຮັດງານທຳໃຫ້ຄົນລາວໄດ້ຈຳນວນຫລາຍເປັນຕົ້ນການຈັດຫາວຽກເຮັດງານທຳພາຍໃນປະເທດ, ການສ້າງແຮງງານສົ່ງໄປຕ່າງປະເທດ, ການຄຸ້ມຄອງແຮງງານຕ່າງປະເທດ ແລະ ແກ້ໄຂຄົນຕ່າງປະເທດທີ່ມາອອກແຮງງານທຳມາຫາກິນຢູ່ ສປປ ລາວ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຄວບຄຸມອັດຕາຫວ່າງງານບໍ່ໃຫ້ກາຍ 2%.

          ດ້ານຖະແຫລງຂ່າວ ແລະ ວັດທະນະທຳ: ສະຖານີວິທະຍຸກໍໄດ້ມີການເຕີບໃຫຍ່ຂະຫຍາຍ ຕົວເປັນກ້າວໆມາຈາກ 43 ສະຖານີໃນປີ 2010 ເປັນ 53 ສະຖານີໃນປີ 2013 ແລະ ໃນປີ 2017 ມີ 64 ສະຖານີ, ໃນນັ້ນ ຢູ່ສູນກາງມີ 9 ສະຖານີ; ສະຖານີໂທລະພາບ ໃນປີ 2010 ມີ 32 ສະຖານີ, ຮອດປີ 2017 ມີ 37 ສະຖານີ, ຢູ່ສູນກາງມີ 9 ສະຖານີສາມາດກະຈາຍສັນຍານຜ່ານດາວທຽມ, ລະບົບອິນເຕີເນັດ ແລະ ຜ່ານເຄື່ອງສົ່ງທາງໜ້າດິນກວມ 80% ຂອງພື້ນທີ່ທົ່ວປະເທດ; ໜັງສືພິມ ແລະ ວາລະ ສານມີ 133 ສະບັບ ໃນນັ້ນ, ໜັງສືພິມ 27 ສະບັບ, ວາລະສານ 102 ສະບັບ, ເປັນພາສາຕ່າງປະເທດ 4 ສະບັບ, ມີຄອບຄົວວັດທະນາທຳ 890,821 ຄອບຄົວ ເທົ່າກັບ 76,29%, ບ້ານວັດທະນະທຳ 5853 ບ້ານ ເທົ່າກັບ 68.89% ແລະ ມີກຸ່ມບ້ານວັດທະນະທຳ 138 ກຸ່ມ ເທົ່າກັບ 13.19% ຂອງກຸ່ມບ້ານໃນທົ່ວປະເທດ.

          ວຽກງານຍຸຕິທຳ: ບັນດາຂະແໜງການໄດ້ເອົາໃຈໃສ່ເຮັດພາລະບົດບາດຄຸ້ມຄອງມະຫາພາກ, ຫັນແນວທາງ, ນະໂຍບາຍຂອງພັກ - ລັດ ເປັນກົດໝາຍ, ເປັນລະບຽບການ, ເປັນນິຕິກຳ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ - ສັງຄົມ ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ຮອດປີ 2017 ພວກເຮົາມີກົດໝາຍທີ່ປະກາດໃຊ້ທັງໝົດ 121 ສະບັບ, ລັດຖະບັນຍັດ 43 ສະບັບ, ດຳລັດ 143 ສະບັບ ແລະ ນິຕິກຳອື່ນໆ 189 ສະບັບ.

          ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ: ປະເທດເຮົາໄດ້ຮັບການຍ້ອງຍໍຊົມເຊີຍຈາກສາກົນວ່າ ເປັນປະເທດທີ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ປະຊາຊົນມີນ້ຳໃຈເອື້ອເຟື້ອ ເພື່ອແຜ່ ແລະ ມີໄມຕີຈິດ, ເປັນປະເທດທີ່ມີຄວາມສະຫງົບ ແລະ ໜ້າທ່ອງທ່ຽວ.

          ວຽກງານພົວພັນຕ່າງປະເທດ: ພັກເຮົາໄດ້ຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ຕັ້ງໜ້າເປັນເຈົ້າການສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ ແບບຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ ແລະ ຫລາຍຮູບແບບບົນພື້ນຖານຫລັກການເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ. ປະເທດເຮົາໄດ້ປະສົບຜົນສຳເລັດອັນໃຫຍ່ຫລວງຫລາຍປະການໃນກອບການຮ່ວມມືສອງຝ່າຍກວມເອົາ 60% ຂອງການຮ່ວມມືກັບຕ່າງປະເທດທັງໝົດ, ການຮ່ວມມືໃນກອບຫລາຍຝ່າຍ, ການຮ່ວມມືອາຊຽນ, ການຮ່ວມມືໃນຂົງເຂດລຸ່ມແມ່ນ້ຳຂອງ ແລະ ອື່ນໆ... ໄດ້ເຂົ້າຮ່ວມເປັນສະມາຊິກຫລາຍອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຊັ່ນ: ອົງການສະຫະປະຊາຊາດ, ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ), ອົງການບໍ່ຮ່ວມກຸ່ມ, ອົງການຈັດຕັ້ງປະເທດບໍ່ມີຊາຍແດນຕິດກັບທະເລ, ກຸ່ມປະເທດທີ່ໃຊ້ພາສາຝຣັ່ງ, ອົງການການຄ້າໂລກ... ໄດ້ປະສົບຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມ, ງານມະຫາກຳຕ່າງໆ ໃນລະດັບພາກພື້ນ ແລະ ສາກົນເຊັ່ນ: ກອງປະຊຸມສຸດຍອດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 10, ກອງປະຊຸມ ບັນດາປະເທດໃຊ້ພາສາຝຣັ່ງ, ເວທີລັດຖະສະຖາອາຊີ - ປາຊີຟິກ, ອັນພົ້ນເດັ່ນແມ່ນການເປັນເຈົ້າພາບ ຈັດກອງປະຊຸມອາເຊັບ 7 , ອາເຊັບ 9 ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ງານມະຫາກຳກິລາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 25, ກອງປະຊຸມອາຊຽນຄັ້ງທີ 29 - 30 ແລະ ອື່ນໆ... ຮອດປີ 2017 ສປປ ລາວ ມີການພົວພັນການທູດກັບ 140 ປະເທດ ເຊິ່ງທັງໝົດນັ້ນ ລ້ວນແຕ່ເປັນການເຊີດຊູບົດບາດອິດທິພົນຂອງປະເທດເຮົາຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທັງສ້າງຄວາມເຊື່ອໝັ້ນຂອງຕ່າງປະເທດຕໍ່ປະເທດເຮົາ, ທັງເປັນກາລະໂອກາດໃໝ່ໃຫ້ປະເທດເຮົາກ້າວຂຶ້ນສູ່ເວທີໂລກ.

  1. ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ.
  1.  ສຶກສາອົບຮົມຈິດໃຈຮັກຊາດ,  ຮັກລະບອບປະຊາທິປະໄຕ  ປະຊາຊົນກ້າວຂຶ້ນສັງຄົມນິຍົມພາຍໃຕ້ການນຳພາຂອງພັກ, ມີແຕ່ຢູ່ໃຕ້ການນຳພາຂອງພັກ ປະເທດຊາດພວກເຮົາຈຶ່ງໄດ້ຮັບການພັດທະນາ, ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.
  2. ຕັ້ງຫນ້າປຸກລະດົມຂະບວນການເຄື່ອນໄຫວ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ຂອງລັດໃຫ້ປະກົດຜົນເປັນຈິງ.
  3. ຊຸກຍູ້ການຫັນລົງຮາກຖານ ເຊີດຊູຄວາມຮັບຜິດຊອບປະຕິບັດຫນ້າທີ່ພັດທະນາຊົນນະບົດ,

ສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດຫມາຍ, ຍູ້ຂະບວນການຜະລິດເປັນສິນຄ້າ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຈິງ.

  1.  ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ທົ່ວປວງຊົນ, ມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ທີ່ຫວັງມ້າງເພທຳລາຍພວກເຮົາ.
  2.  ຕັ້ງຫນ້າປັບປຸງ, ຮັດແຫນ້ນຄວາມສາມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ. ເອົາໃຈໃສ່ຈຳກັດແກ້ໄຂສິ່ງຫຍໍ້ທໍ້ສັງຄົມ, ສ້າງບັນຍາກາດສົດໃສ, ສະຫງ່າຜ່າເຜີຍຂອງສັງຄົມລາວ ແລະ ຄົນລາວ.
  3.  ສືບຕໍ່ປະຕິບັດນະໂຍບາຍຕ່າງປະເທດຂອງ ພັກ ແລະ ລັດ ຢ່າງຖືກຕ້ອງ, ຮັດແໜ້ນຄວາມສາມັກຄີພິເສດ ລາວ - ຫວຽດນາມ, ຄວາມສາມັກຄີກັບປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃນໂລກ.
  4. ຕັ້ງຫນ້າປັບປຸງພາຍໃນພັກໃຫ້ເປັນພັກກຳອຳນາດທີ່ເຂັ້ມແຂງ ໜັກແໜ້ນ ແລະ ປອດໃສ; ຍົກສູງຄວາມເປັນແບບຢ່າງນຳໜ້າຂອງພະນັກງານ ແລະ ສະມາຊິກພັກ.

 

ກົດໝາຍແຫ່ງ ສປປ ລາວ

ຄໍາເຫັນຂອງ ທ່ານ ສຈ.ດຣ ກິແກ້ວ ໄຂຄຳພິທູນ ຫົວໜ້າ ຄອສພ ຕໍ່ເວັບໄຊສ

ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ

ປະທານ ໄກສອນ ພົມວິຫານ ຢືນຢົງໃນພາລະກິດປະຕິວັດຂອງພວກເຮົາຕະຫລອດໄປ

ຊົມເຊີມວັນສ້າງຕັ້ງ ສປປ ລາວ ຄົບຮອບ 43 ປີ ຢ່າງສຸດໃຈ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງ ພັກປະຊາຊົນ ປະຕິວັດລາວ

ເຊື່ອມຕໍ່ເວັບໄຊສ

ເລກໂທ ສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624