ຍົກລະດັບຄວາມຮູ້ພື້ນຖານວຽກງານໂຄສະນາ ໃຫ້ພະນັກງານກົມໂຄສະນາເຜີຍແຜ່ກົດໜາຍ ກະຊວງຍຸຕິທຳ.
ເພື່ອເຮັດໃຫ້ການຈັດຕັ້ງເຜີຍແຜ່ກົດໝາຍເຂົ້າສູ່ຊິດວິດຕົວຈິງໄດ້ຢ່າງທົ່ວເຖິງມີປະສິດທີຜົນ ລະຫວ່າງໃນວັນທີ 8-12 ກໍລະກົດ 2019 ທີ່ຜ່ານມາກົມໂຄສາເຜີຍແຜ່ກົດໜາຍ ຂອງກະຊວງຍຸຕິທໍາໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ
ໃຫ້ແກ່ພະນັກງານພາຍໃນກົມຂຶ້ນທີ່ ບ້ານພັກຄູນຊັບ ບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານໃນພິທິເປີດ ແລະ ປິດຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ຂອງກະຊວງຍຸຕິທຳ ມີຜູ້ເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 7 ສະຫາຍ.
ການຈັດຝຶກອົບຮົມໃນຄັ້ງນີ້ ເປັນການຍົກລະດັບຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບວຽກງານໂຄສະນາ-ປາຖະກະຖາໃຫ້ຖັນແຖວພະນັກງານ ໂດຍແນ່ໃສ່ຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງພະນັກງານນຳພາ-ຄຸ້ມຄອງ,ໃນການໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນເຈົ້າການປຸກລະດົມມະຫາຊົນ ປະຊາ ຊົນບັນດາເຜົ່າກໍ່ຄືສະມາຊິກໃນຄອບຄົວມີຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ ລັດຖະທຳມະນູນ ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ມີປະສິດທີຜົນສູງ.
ການຝຶກອົບຮົມ ໄດ້ຈັດຕັ້ງໄປຕາມຫຼັກສູດຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງປະ ກອບດ້ວຍເອກະສານ 4 ບົດຄື: ບັນຫາພື້ນຖານຂອງວຽກງານໂຄສະນາ, ຄຸນລັກສະນະ ແລະ ສີລະປະໃນການເວົ້າຂອງນັກປາຖະກະຖາ,ວຽກງນໂຄສະນາຜ່ານສື່ ແລະ ວຽກງານໂຄສະນາເຄື່ອນທີ່.
ຫຼັງຈາກຮໍ່າຮຽນທິດສະດີແລ້ວກໍ່ໄດ້ມີການທົດລອງຕົວຈິງ ໂດຍໜູນໃຊ້ບົດຮຽນເຂົ້າໃນການໂຄສະນາເຜີຍແຜ່ກົດໝາຍເຮັດໃຫ້ຜູ້ເຂົ້າຝຶກອົບຮົມໄດ້ຮັບຮູ້ ແລະ ເຈົ້າໃຈວຽກງານໂຄສະນາຂຶ້ນຕື່ມອີກ.
ແລກປ່ຽນຄຳຄິດເຫັນ
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 76 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 44 |
![]() | ມື້ວານນີ້ | 111 |
![]() | ອາທິດນີ້ | 450 |
![]() | ເດືອນນີ້ | 594 |
![]() | ທັງໝົດ | 1232153 |